ອິດສະຣາແອນ ຢືນຢັນການປະທະກັນກັບ ຮາມາດ ຍັງຈະແກ່ຍາວ
ຕາມຂ່າວສານຊິນຮວາລາຍງານ ວັນທີ 26 ທັນວາ ນີ້, ໂດຍອີງຕາມ ທ່ານ ເບນຈາມິນ ເນຕານຢາຮູ ນາຍົກລັດຖະມົນຕີ ອິດສະ
ຣາແອນ ຢືນຢັນວ່າ: ການປະທະກັນກັບ ຮາມາດ ຍັງຈະແກ່ຍາວ. ກ່າວຄຳເຫັນຕໍ່ສະພາແຫ່ງຊາດ ອິດສະຣາແອນ, ທ່ານ ເບນຈາມິນ
ເນຕານຢາຮູ ຊີ້ແຈງວ່າ: ມີພຽງແຕ່ການສືບຕໍ່ບຸກໂຈມຕີໃສ່ເຂດ ກາຊາ ຈຶ່ງຈະກໍ່ຄວາມກົດດັນບັງຄັບໃຫ້ກຳລັງ ຮາມາດ ປ່ອຍບັນດາ
ຕົວປະກັນເປັນອິດສະຫຼະ.
ໃນວັນດຽວກັນ, ທ່ານ ຊາເມ ຊຸກຣີ ລັດຖະມົນຕີການຕ່າງປະເທດ ເອຢິບ ໄດ້ສົນທະນາທາງໂທລະສັບກັບຄູ່ຕຳແໜ່ງ ອີຣານ
ໂຮສເຊນ ອາເມຍ-ອັບດຸນລາຮີອານ ກ່ຽວກັບບັນດາການຜັນແປຫຼ້າສຸດຢູ່ເຂດ ກາຊາ, ກໍຄືຄວາມມານະພະຍາຍາມ ເພື່ອບັນລຸໄດ້
ຄຳສັ່ງຢຸດຍິງຢ່າງສີ້ນເຊີງຢູ່ເຂດດິນແດນຂອງ ປາແລັດສະຕິນ, ພ້ອມທັງຮຽກຮ້ອງສ້າງຕັ້ງກົນໄກຂອງສະຫະປະຊາຊາດ ເພື່ອສ້າງ
ເງື່ອນໄຂສະດວກໃຫ້ແກ່ການສຳຜັດ ແລະ ຕິດຕາມກວດກາເຄື່ອງຊ່ວຍເຫຼືອ ເພື່ອມະນຸດສະທຳ.
ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 03/01/2024